ມາເປັນຄອບຄົວດຽວກັບເຮົາ
ຄວາມເປັນມາຂອງຟູດແພນດ້າ
foodpanda (ຟູດແພນດ້າ) ແມ່ນຜູ້ນຳດ້ານການບໍລິການສົ່ງອາຫານລະດັບໂລກ. ປະຈຸບັນ ພວກເຮົາດຳເນີນງານໃນ 13 ປະເທດທົ່ວໂລກ ແລະ ຕອນນີ້ພວກເຮົາໄດ້ເຂົ້າມາລາວແລ້ວ!
ດ້ວຍຄວາມກະຕືລືລົ້ນຂອງທີມໄຣເດີ້ ແລະ ພະນັກງານທຸກຄົນໃນທີມງານຂອງພວກເຮົາ ເຮົາເຊື່ອມໂຍງຄົນທີ່ຮັກໃນການກິນ ແລະ ບັນດາຮ້ານອາຫານແຊບໆ ທີ່ເປັນຄອບຄົວດຽວກັບເຮົາ. ການສົ່ງອາຫານຈະບໍ່ເປັນໃນແບບທີ່ທ່ານຄິດ ແລະ ເຄີຍສຳພັດມາອີກຕໍ່ໄປ.
ລູກຄ້າຂອງເຮົາມັກອາຫານແຊບໆ.
ທ່ານກະກຽມມັນ.
ພວກເຮົາສົ່ງໃຫ້.
ລາຍຮັບຂອງທ່ານທີ່ຫລາຍຂື້ນ
ທ່ານສາມາດເພີ່ມລາຍຮັບຂຶ້ນອີກຊ່ອງທາງໜຶ່ງເມື່ອທ່ານມາເປັນຄອບຄົວດຽວກັບເຮົາ. ບັນດາລູກຄ້າຂອງຟູດແພນດ້າ ບໍ່ເຄີຍຢຸດໃນການຄົ້ນຫາຮ້ານອາຫານແຊບໆໃນພື່ນທີ່ໃຫ້ບໍລິການຂອງຕົນ.
ການຊ່ວຍເຫລືອຢ່າງເຕັມທີ່ຈາກເຮົາ
ເລີ່ມຈາກການສ້າງເມນູ ໄປຈົນເຖິງການສົ່ງລາຍງານປະຈຳອາທິດ, ການປັບປຸງຄວາມອາດສາມາດຂອງທ່ານ ພວກເຮົາຈະຢູ່ຄຽງຂ້າງເພື່ອຊ່ວຍເຫລືອທ່ານໃນທຸກໆຂັ້ນຕອນ.
ປັບປ່ຽນໄດ້
ຢຸດໄດ້ ຖ້າທ່ານຮູ້ສຶກວ່າອໍເດີ້ຫລາຍເກີນໄປ. ທ່ານສາມາດອອກແບບວັນເວລາໃນການເຮັດວຽກຂອງທ່ານເອງ ເມື່ອໃດທີ່ທ່ານຕ້ອງການເປີດ ແລະ ປິດ.
ວິທີດຳເນີນງານ:
ລູກຄ້າປ້ອນຂໍ້ມູນທີ່ຢູ່ໃນການສົ່ງຜ່ານແອັບ ຫລື ເວັບໄຊ ແລະ ເລືອກຮ້ານອາຫານໃນເຂດໃຫ້ບໍລິການ
ຮ້ານອາຫານກົດຍອມຮັບຄຳສັ່ງອໍເດີ້ທີ່ເຂົ້າມາຜ່ານ ແທັບເລັດທີ່ທາງຟູດແພນດ້າກະກຽມໃຫ້ ແລະ ເລີ່ມກະກຽມອາຫານສຳລັບການຂົນສົ່ງໃນເວລາທີ່ກຳນົດໄວ້.
ໄຣເດີ້ຂອງເຮົາຈະມາຮັບເອົາອໍເດີ້ ເພື່ອນຳສົ່ງໃຫ້ລູກຄ້າພາຍໃນເວລາ 30 ນາທີ່ຫລັງຈາກອໍເດີ້ຖືກສັ່ງ
ທ່ານຈະໄດ້ຮັບລາຍໄດ້ຈາກອໍເດີ້ຂອງທ່ານກັບຟູດແພນດ້າທຸກໆເດືອນ ພ້ອມກັບ ຂໍ້ມູນຢ່າງລະອຽດຂອງການດຳເນີນງານຂອງທ່ານ
ຂັ້ນຕອນໃນການເລີ່ມດຳເນີນງານກັບພວກເຮົາ
ຂັ້ນຕອນ1. ລົງທະບຽນອອນໄລນ໌
ຂັ້ນຕອນ2.
ລໍຖ້າອະນຸມັດ
ຂັ້ນຕອນ3.
ຟູດແພນດ້າຈະສົ່ງສັນຍາໃຫ້ທ່ານ
ຂັ້ນຕອນ4.
ເຊັນສັນຍາ
ຂັ້ນຕອນ5.
ລໍຖ້າຮັບແບບຢ່າງເມນູຂອງທ່ານ
ຂັ້ນຕອນ6.
ລໍຖ້າຮັບອຸປະກອນຈາກຟູດແພນດ້າ
ຂັ້ນຕອນ7.
ທ່ານຈະໄດ້ຮັບການຝຶກອົບຮົມຜ່ານໂທລະສັບ
ຂັ້ນຕອນ8.
ຮ້ານອາຫານຂອງທ່ານຢູ່ໃນລະບົບຂອງຟູດແພນດ້າແລ້ວ